이 책의 특징 ຈຸດເດັ່ນຂອງປຶ້ມເຫຼັ້ມນີ້
◆ 자음과 모음 ພະຍັນຊະນະ ແລະ ສະຫຼະ
◆ 겹자음과 겹모음 ພະຍັນຊະນະປະສົມ ກັບ ສະຫຼະປະສົມ
◆ 음절표 ຕາລາງພະຍາງ
◆ 주제별 낱말 ຄຳສັບໃນແຕ່ລະຫົວຂໍ້
◆ 부록-주제별 단어 ເອກະສານ ຊ້ອນທ້າຍ- ຄຳໃນແຕ່ລະຫົວຂໍ້
※ Mp3로 한글배우기(한국어 듣기)
머리말 ບົດນຳ
한글은 자음 14자, 모음 10자 그 외에 겹자음과 겹모음의 조합으로 글자가
이루어지며 소리를 갖게 됩니다. 한글 조합자는 약 11,170자로 이루어져
있는데, 그중 30% 정도가 주로 사용되고 있습니다.
ຮັນກຶລປະກອບດ້ວຍຕົວອັກສອນທີ່ເກີດຈາກການປະສົມກັນຂອງພະຍັນຊະນະ 14 ຕົວ ແລະ ສະຫຼະ 10 ຕົວ ເຊິ່ງເຮັດໃຫ້ເກີດມີສຽງຂຶ້ນ ແລະ ຍັງມີພະຍັນຊະນະປະສົມ ກັບ ສະຫຼະປະສົມ. ຈຳນວນຕົວອັກສອນທີ່ສາມາດປະສົມກັນໄດ້ໃນຮັນກຶລມີປະມານ 11,170 ຕົວ ແລະ 30% ໃນນັ້ນຖືກນຳໃຊ້ເປັນຫຼັກ.
이 책은 실생활에서 자주 사용하는 우리말을 토대로 내용을 구성하였고, 다음 사항을 중심으로 개발되었습니다.
ປຶ້ມຫົວນີ້ ປະກອບດ້ວຍເນື້ອໃນອີງຕາມພາສາເກົາຫຼີທີ່ໃຊ້ໃນຊີວິດປະຈຳວັນ ແລະ ໄດ້ຖືກພັດທະນາຕາມຫົວຂໍ້ດັ່ງຕໍ່ໄປນີ້ເປັນຫຼັກ
◾한글의 자음과 모음을 기초로 배우는 기본 학습내용으로 이루어져 있습니다.
ປະກອບດ້ວຍເນື້ອໃນການຮຽນຮູ້ພື້ນຖານໂດຍເປັນການຮຽນຮູ້ພະຍັນຊະນະ ແລະ ສະຫຼະຂອງຮັນກຶລ
◾한글의 필순을 제시하여 올바른 한글 사용의 기초를 튼튼히 다지도록 했습니다.
ໃຫ້ຮຽນຮູ້ພື້ນຖານໃນການໃຊ້ຮັນກຶລຢ່າງຖືກຕ້ອງ ໂດຍການແນະນຳລຳດັບການຂຽນຂອງຮັນກຶລ.
◾반복적인 쓰기 학습을 통해 자연스레 한글을 습득할 수 있도록 ‘쓰기’에 많은 지면을 할애하였습니다.
ຈັດໜ້າເຝິກຂຽນຫຼາຍແຜ່ນໃນ "ການຂຽນ" ເພື່ອໃຫ້ສາມາດຮຽນຮູ້ຮັນກຶລໄດ້ຢ່າງເປັນທຳມະຊາດຜ່ານການເຝິກຂຽນຊ້ຳ.
◾홈페이지(www.K-hangul.kr)에 교재와 병행 학습할 수 있는 자료를 제공하고
있습니다.
ມີເອກະສານທີ່ສາມາດຮຽນຮູ້ໄປພ້ອມກັບປຶ້ມແບບຮຽນໄດ້ຢູ່ທີ່ເວັບໄຊ. (www.K-hangul.kr).
◾한국의 일상생활에서 자주 사용되는 글자나 낱말을 중심으로 내용을 구성하였습니다.
ສ່ວນເນື້ອໃນປະກອບດ້ວຍຕົວອັກສອນ ຫຼື ຄຳສັບທີ່ໃຊ້ເລື້ອຍໆໃນຊີວິດປະຈຳວັນຂອງເກົາຫຼີ.
◾사용빈도가 높지 않은 한글에 대한 내용은 줄이고 꼭 필요한 내용만 수록하였습니다.
ຫຼຸດຜ່ອນເນື້ອໃນທີ່ກ່ຽວກັບຮັນກຶລທີ່ບໍ່ຄ່ອຍໄດ້ໃຊ້ ແລະ ລວບລວມສະເພາະເນື້ອໃນທີ່ຈຳເປັນ.
언어를 배우는 것은 문화를 배우는 것이며, 사고의 폭을 넓히는 계기가 됩니다.
ການຮຽນພາສາຄືການຮຽນຮູ້ວັດທະນະທຳ ແລະ ຖືວ່າເປັນໂອກາດໃນການເປີດກວ້າງທາງດ້ານແນວຄິດ.
이 책은 한글 학습에 기본이 되는 교재이므로 내용을 꼼꼼하게 터득하면 한글은 물론 한국의 문화와 정신까지 폭넓게 이해하게 될 것입니다.
ປຶ້ມເຫຼັ້ມນີ້ ເປັນປຶ້ມແບບຮຽນທີ່ສອນພື້ນຖານຂອງການຮຽນຮູ້ຮັນກຶລ. ຫາກທ່ານຕັ້ງໃຈຮຽນຮູ້ເນື້ອໃນຢ່າງລະອຽດ, ທ່ານຈະສາມາດເຂົ້າໃຈໄດ້ທັງຮັນກຶລ, ວັດທະນະທຳ ແລະ ເຈດຕະນະລົມຂອງເກົາຫຼີໄດ້ຢ່າງກວ້າງຂວາງ.
감사합니다 ຂໍຂອບໃຈ
※ 참고 : 본 교재는 ①기초편으로, ②문장편 ③대화편 ④생활편으로 구성되어 출간 판매 중에 있습니다.
※ ໝາຍເຫດ: ປຶ້ມແບບຮຽນເຫຼັ້ມນີ້ແບ່ງຈຳໜ່າຍ ເປັນ ①ບົດຮຽນພື້ນຖານ ②ບົດຮຽນປະໂຫຍກ ③ບົດຮຽນສົນທະນາ ④ບົດຮຽນການໃຊ້ຊີວິດ
※ 판매처 : 교보문고, 알라딘, yes24, 네이버, 쿠팡 등
※ ຕົວແທນຈຳໜ່າຍ: Kyobo Book Centre, Aladin, Yes24, Naver, Coupang ແລະ ອື່ນໆ.
저자 권용선 ຂຽນໂດຍ ຄວອນ ຍົງຊອນ